top of page
T & Y HOUSE PROJECT

    Architect. TOMI ATELIER ARCHITECT & DESIGN

    Constructor. ....

 

      ຈາກຄວາມຕ້ອງຂອງຄົນ 2 ຄົນທີ່ຕ້ອງການບ້ານແບບສະໄໝໃໝ່ແຕ່ຕ້ອງສະໜອງ Life Style ຂອງເຂົາເຈົ້າໄດ້ 100% , ພື້ນທີພາຍໃນສາມາດໃຊ້ຊອຍໄດ້ທຸກບ່ອນ, ບໍ່ມີເນື້ອທີ່ສີ້ນເປືອງ. ຄວາມຕ້ອງການດັ່ງກວ່າໄດ້ນໍາພາພວກເຮົາໄປບ້ານໜອງໜ້ຽວເຂດທົ່ງພຽງທີ່ມີທໍາມະຊາດຍັງເຫຼືອຫຼວງຫຼາຍ ແລະ ເປັນເຂດຊຸ່ມຊົນທີ່ໃກ້ຄຽງກັບຕະຫຼາດໂດຍເປັນທີນິຍົມຫຼາຍຈາກຄົນທອງຖິ່ນ.

        

    ບໍລິບົດຂ້າງເທີງນັ້ນ, ເຮົາຈຶງໄດ້ອອກແບບບ້ານແບບກະທັດຫັດຂະໜາດ 9000X12000mm, 2ຊັ້ນ. ດ້ານໜ້າຈະມີ 2 ດ້ານ. ດ້ານທີ່1 ຫັນໜ້າໃສ່ຕົວບ້ານ (ເດີມ) ແລະ ເຊື່ອມຕໍ່ບ້ານເດີມເຂົ້າກັບບ້ານໃໝ່ດ້ວຍລະບຽງໄມ້ທີເຮົາອອກແບບເພື່ອເປັນສະຖານທີ່ທີໃຫ້ເກີດມີກິດຈະກໍາຮ່ວມລະຫວ່າງ 2 ບ້ານ ແລະ ກິດຈະກໍາອື່ນໆຂອງຄອບຄົວ. ດ້ານທີ່2 ຫັນໄປທາງໜ້າທາງທີ່ເປັນທາງດິນແດງມີຕົ້ນໄມ້ໃຫ້ໝາກທີ່ມີຢູ່ແຕ່ກ່ອນເປັນຕົວເຊື່ອມຕໍ່ບ້ານເຂົ້າກັບຊຸ່ມຊົນ ແລະ ຍັງເປັນເກາະກໍາບັງສິ່ງລົບກວນຕ່າງໆອີກດວ້ຍ.

     ກັນຂະໂມຍທີ່ຖືກອອກແບບໃຫ້ດືງດູດ ແລະ ທັນສະໄໝ ບໍ່ໄດ້ເຮັດໜ້າທີ່ພຽງແຕ່ເຮັດໃຫ້ບ້ານປອດໄພ ແລະ ສ້າງລວດລາຍໃຫ້ອາຄານເທົ່ານັ້ນ, ມັນຍັງເປັນຕົວກອງແສງ, ສ້າງເງົາທີ່ເຂົ້າມາໃນບ້ານ. ເຮັດໃຫ້ບ້ານມີການປ່ຽນແປງຕະຫຼອດມື້ດັ່ງກັບວ່າມັນສົນທະນານຳຜູ້ອາໄສຢູ່.

     ຕົວບ້ານຈະມີ Slope ແລະ ປະຕູ Slide ຫຼາຍ. ນັກອອກແບບໄດ້ຄໍານຶ່ງເຖີງອານາຄົດເມືອເຈົ້າຂອງໂຄງການມີອາຍຸສູງຂື້ນນັກອອກແບບຈຶ່ງພະຍາຍາມທີ່ຈະເຮັດໃຫ້ບ້ານເປັນແບບ Barrier free ທີ່ຄົນສູງອາຍຸສາມາດໃຊ້ຊອຍໄດ້ສະດວກ.

bottom of page